
ຕອນບ່າຍວັນທີ 14 ຕຸລາ ຢູ່ທີ່ສູນຝຶກອົບຮົມສັງລວມແລກປ່ຽນພາສາຂອງມະຫາວິທະຍະໄລພາສາຕ່າງປະເທດກວາງຊີນັ້ນ ແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນແຫ່ງຄວາມໜຸ່ມນ້ອຍ ແລະ ຄວາມກະຕືລືລົ້ນຂ້າມຊາດ.ຄະນະສຶກສາສາກົນມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ແລະ ຄະນະສຳມະນາຄົ້ນຄວ້າຮຽນຮູ້ພາສາ ແລະ ວັດທະນະທຳຈີນຂອງ SD ປະເທດໄທໄດ້ຮ່ວມກັນຈັດພິທີເປີດຊຸດສໍາມະນາ,ນັກສຶກສາແລກປ່ຽນ 141 ຄົນ ແລະ ຄູອາຈານ,ພະນັກງານ 25 ຄົນທີ່ມາຈາກປະເທດໄທ ໄດ້ເລີ່ມຕົ້ນການສຳຜັດກັບວັດທະນະທຳຈີນແບບໃກ້ຊິດຕິດແທດເປັນເວລາ 2 ອາທິດຢ່າງເປັນທາງການ ຊຶ່ງພິທີດັ່ງກ່າວບໍ່ພຽງແຕ່ເປັນພິທີການຕ້ອນຮັບຢ່າງດຽວ ຍັງເປັນການເຂົ້າເຖິງການປະຕິບັດຕົວຈິງອັນມີ ຊີວິດຊີວາທີ່ສອງປະເທດຈີນໄທໄດ້ເສີມສ້າງການຮ່ວມມືໃນຂົງເຂດການສຶກສາ ແລະ ວັດທະນະທຳ ເພື່ອສົ່ງເສີມໃຫ້ປະຊາຊົມມີຄວາມເຂົ້າໃຈເຊິ່ງກັນແລະ ກັນຕື່ມອີກ.