ຮ່ວມກັນຄົ້ນຄວ້າເສັ້ນທາງໃໝ່ໃນການປະສົມປະສານລະຫວ່າງການຜະລິດ ແລະ ການສຶກສາ | ຄະນະການນໍາຂອງສະພາບໍລິຫານມະຫາວິທະຍາໄລພາສາຕ່າງປະເທດກວາງຊີເດີນທາງໄປຢ້ຽມຢາມ ແລະ ສຳຫລວດສະມາຄົມການຄ້າເອເລັກໂຕນິກຜ່ານການຖ່າຍທອດສົດແຂວງກວາງຕຸ້ງ

Time: 2025-11-11 Source: GUFL

     ວັນທີ 11 ພະຈິກ ທ່ານນາງຈູ່ກຸ້ຍຫຼິງ ປະທານຜູ້ສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ແລະ ທ່ານນາງເຫວີຍຊ້ຽນ ປະທານສະພາບໍລິຫານຂອງມະຫາວິທະຍາໄລພ້ອມດ້ວຍຄະນະເດີນທາງໄປຍັງສະມາຄົມການຄ້າເອເລັກໂຕນິກຜ່ານການຖ່າຍທອດສົດແຂວງກວາງຕຸ້ງ ເພື່ອດຳເນີນການສຳຫຼວດສະເພາະດ້ານການປະສົມປະສານລະຫວ່າງການຜະລິດ ແລະ ການສຶກສາ, ການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ວິສາຫະກິດໃນການອົບຮົມກໍ່ສ້າງບຸກຄະລາກອນ. ທາງສະມາຄົມໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍທ່ານຈູ່ຫຼຸນຢຸ້ຍ ປະທານສະມາຄົມ, ທ່ານຫຼິນເຈົ້າຟົງ ຫົວໜ້າເລຂານຸການ, ແລະ ທ່ານນາງໄມ້ຫວານເວີນ ເລຂາທິການພັກສາຂາ, ຊຶ່ງທັງສອງຝ່າຍໄດ້ມ່ີການສຳມະນາກັນເປັນຢ່າງດີ.

一审:覃海伦 二审:黄琦蔚 三审:梁淑辉