ທ່ານຫຼິນສຸຍ ຮອງອະທິການບໍດີ ມະຫາວິທະຍາໄລທຸນບູລີບາງກອກພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຢ້ຽມຢາມມະຫາວິທະຍາໄລຂອງເຮົາ ເພື່ອຮ່ວມກັນປຶກສາຫາລືສ້າງໜ້າໃຫມ່ໃຫ້ແກ່ການຮ່ວມມືດ້ານການສຶກສາສາກົນ

Time: 2025-11-17 Source: GUFL

        ວັນທີ 17 ພະຈິກ, ທ່ານຫຼິນສຸຍ ຮອງອະທິການບໍດີ ມະຫາວິທະຍາໄລທຸນບູລີບາງກອກພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຢ້ຽມຢາມມະຫາວິທະຍາໄລຂອງເຮົາ. ທ່ານນາງ ຈູ່ກຸ້ຍຫຼິງ ປະທານຜູ້ກໍ່ຕັ້ງມະຫາວິທະຍາໄລເຮົາໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ທັງສອງຝ່າຍໄດ້ມີການແລກປ່ຽນເຂົ້າສູ່ລວງເລິກກ່ຽວກັບເສີມສ້າງການຮ່ວມມືດ້ານການສຶກສາ, ການຮ່ວມກັນກໍ່ສ້າງປະລິນຍາຕີ ແລະ ປະລິນຍາໂທ ດັ່ງນີ້ເປັນຕົ້ນ ເພື່ອຮ່ວມກັນເປີດໜ້າໃໝ່ໃຫ້ແກ່ການຮ່ວມມືດ້ານການສຶກສາສາກົນລະຫວ່າງສອງມະຫາວິທະຍາໄລ.

    ທ່ານຫຼິນສຸຍ ຮອງອະທິການບໍດີ ໄດ້ຫວນຄືນເຖິງຄວາມສຳພັນອັນເລິກເຊິ່ງຂອງໂຕເອງກັບມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ຕັ້ງແຕ່ປີ 2014, ໃນຖານະເປັນປະທານສະມາຄົມບຸກຄົນວັດທະນະທຳໄທ-ຈີນ, ທ່ານໄດ້ເຂົ້າຮ່ວມພິທີເປີດປ້າຍສ້າງຕັ້ງສະມາຄົມນັກສຶກສາເກົ່າຊາວໄທຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີຢູ່ນະຄອນຫຼວງບາງກອກ. ທ່ານຫຼິນສຸຍ ຮອງອະທິການບໍດີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີໃນການອົບຮົມກໍ່ສ້າງບຸກຄະລາກອນໃນສິບປາຍປີທີ່ຜ່ານມາ.

一审:覃海伦 二审:黄琦蔚 三审:梁淑辉