
ໃນວັນທີ 12 ທັນວາ, ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດພິທີເປີດຫ້ອງຮຽນການແພດແຜນຈີນ ຂອງມະຫາວິທະຍາໄລຫົວສຽວສະເຫຼີມພະກຽດປະເທດໄທ ສຳລັບພາກຮຽນລະດູໃບໄມ້ຫຼົ່ນ ປະຈຳປີ 2025 ທີ່ຫ້ອງປະຊຸມ 101 ອາຄານຈື້ຢວນ.ພິທີເປີດໃນຄັ້ງນີ້ ໄດ້ຕ້ອນຮັບນັກສຶກສາຈຳນວນ 21 ຄົນ ຈາກຫ້ອງຮຽນການແພດແຜນຈີນ ຂອງມະຫາວິທະຍາໄລຫົວສຽວສະເຫຼີມພະກຽດເຊິ່ງພວກເຂົາຈະເຂົ້າຮຽນຮູ້ພາສາ ແລະ ວັດທະນະທຳຈີນ ທີ່ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ເປັນເວລາ 8 ເດືອນ.ການຈັດພິທີເປີດຫ້ອງຮຽນຢ່າງສຳເລັດໃນຄັ້ງນີ້ ເປັນເຄື່ອງໝາຍສຳຄັນວ່າ ຄວາມຮ່ວມມື ແລະ ການແລກປ່ຽນລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ແລະ ມະຫາວິທະຍາໄລຫົວສຽວສະເຫຼີມພະກຽດ ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ.