
ເພື່ອຊຸກຍູ້ການແລກປ່ຽນແລະຄວາມຮ່ວມມືສາກົນໃຫ້ເລິກເຊິ່ງຍິ່ງຂຶ້ນ ພ້ອມທັງເຊື່ອມໂຍງຢ່າງແມ່ນຍຳກັບຊັບພະຍາກອນດ້ານການສຶກສາແລະນະວັດຕະກຳລະດັບໂລກ ແລະ ນຳໃຊ້ເຕັກໂນໂລຢີປັນຍາປະດິດ (AI) ເພື່ອເສີມພະລັງໃຫ້ການປະຕິຮູບການຮຽນການສອນ ແລະ ການພັດທະນາການປະດິດສ້າງໃໝ່ດ້ານການຄົ້ນຄວ້າວິທະຍາສາດ ໃນວັນທີ 22–24 ມັງກອນ ດຣ. ເຫວີຍຊ້ຽນ ປະທານສະພາບໍລິຫານມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ນຳຄະນະເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນວິຊາການທີ່ມະຫາວິທະຍາໄລວິທະຍາສາດ–ເຕັກໂນໂລຢີຮົງກົງ.
ຄະນະທັດສະນະສຶກສາໃນຄັ້ງນີ້ປະກອບມີການນຳພັກ–ການບໍລິຫານຂອງມະຫາວິທະຍາໄລ ຫົວໜ້າພາກສ່ວນທີ່ກ່ຽວຂ້ອງ ຫົວໜ້າຄະນະຂັ້ນສອງ ແລະ ອາຈານຫຼັກແຫຼ່ງລວມກວ່າ 50 ຄົນ. ກິດຈະກຳໄດ້ແນໃສ່ການສົນທະນາແລະແລກປ່ຽນຢ່າງລຶກເຊິ່ງໃນຫົວຂໍ້ສຳຄັນ ເຊັ່ນ ນະວັດຕະກຳການສຶກສາຂັ້ນສູງໃນຍຸກປັນຍາປະດິດ ແລະ ຄວາມຮ່ວມມືສາກົນດ້ານອຸດສາຫະກຳ–ວິຊາການ–ການຄົ້ນຄວ້າ (Industry–University–Research) ໂດຍມີເນື້ອຫາຫຼາກຫຼາຍ ແລະ ໄດ້ຮັບຜົນສຳເລັດຢ່າງໂດດເດັ່ນ.