ສະຫະນັກສຶກສາເກົ່າມະຫາວິທະຍາໄລພາສາຕ່າງປະເທດກວາງຊີໃນນະຄອນຫຼວງບາງກອກ ຮ່ວມສະຫຼອງປີໃໝ່ຈີນ ປີປິ່ງອູ ຢ່າງເບີກບານມ່ວນຊື່ນ

Time: 2026-01-26 Source: GUFL

 

    ວັນທີ 24 ມັງກອນ ສະມາຄົມນັກສຶກສາເກົ່າມະຫາວິທະຍາໄລພາສາຕ່າງປະເທດກວາງຊີໃນປະເທດໄທ ແລະ ສະມາຄົມນັກສຶກສາເກົ່າມະຫາວິທະຍາໄລຊົນເຜົ່າກວາງຊີໃນປະເທດໄທ ໄດ້ຮ່ວມກັນເປັນເຈົ້າພາບ ແລະ ມີອົງການນັກສຶກສາເກົ່າຈາກມະຫາວິທະຍາໄລໃນແຂວງກວາງຊີອີກ 12 ແຫ່ງ ນຳໂດຍມະຫາວິທະຍາໄລກວາງຊີ ຮ່ວມກັນຈັດງານ “ພົບປະສັງສັນສະຫຼອງຕ້ອນຮັບປີໃໝ່ຈີນ ປີປິ່ງອູ ຂອງນັກສຶກສາເກົ່າມະຫາວິທະຍາໄລຂອງກວາງຊີໃນປະເທດໄທ” ຢ່າງອົບອຸ່ນ ທີ່ຫໍກວາງຮວາ ຊັ້ນ 9 ຂອງສະພາການຄ້າຈີນ–ໄທ ໃນນະຄອນບາງກອກ.

       ໃນງານມີແຂກຜູ້ມີກຽດຈາກຫຼາຍວົງການໃນປະເທດໄທ ແລະ ຕົວແທນນັກສຶກສາເກົ່າຈາກມະຫາວິທະຍາໄລຂອງກວາງຊີທີ່ຢູ່ໃນປະເທດໄທ ໄດ້ມາພົບປະກັນຢ່າງອົບອຸ່ນ ເພື່ອຮ່ວມຕ້ອນຮັບປີໃໝ່ ແລະ ແລກປ່ຽນຄວາມຜູກພັນບ້ານເກີດ ພ້ອມທັງຮ່ວມສົນທະນາເຖິງໂອກາດການພັດທະນາ.ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ມີສ່ວນຮ່ວມຢ່າງໃກ້ຊິດໃນການຈັດງານ ແລະ ການນຳສະເໜີຜົນງານ ໂດຍຜ່ານການເຊື່ອມໂຍງເຄືອຂ່າຍນັກສຶກສາເກົ່າ ແລະ ການແລກປ່ຽນວັດທະນະທຳ ເພື່ອສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຜົນສຳເລັດໃນການຈັດການສຶກສາແບບສາກົນ ແລະ ການຮ່ວມມືກັບພາຍນອກຂອງມະຫາວິທະຍາໄລ.

一审:覃海伦 二审:黄琦蔚 三审:蒋成军