
ລະຫວ່າງວັນທີ 18 ຫາ 22 ສິງຫາ, ຄະນະຜູ້ແທນຈາກມະຫາວິທະຍາໄລຕ່າງປະເທດກວາງຊີ ໄດ້ເດີນທາງໄປປະເທດໄທ ແລະປະເທດກຳປູເຈຍ ຕາມລຳດັບ ເພື່ອເຄື່ອນໄຫວກິດຈະກຳຫຼາຍຢ່າງ ລວມມີ ການໂຄສະນາຮັບສະໝັກນັກສຶກສາຢູ່ຕ່າງປະເທດ, ການແລກປ່ຽນກັບມະຫາວິທະຍາໄລ, ການພົບປະອະດີດນັກສຶກສາ ແລະການຮ່ວມມືລະຫວ່າງມະຫາວິທະຍາໄລກັບວິສາຫະກິດ. ຄະນະຜູ້ແທນໄດ້ເຂົ້າຢ້ຽມຢາມມະຫາວິທະຍາໄລ, ສະຖາບັນການສຶກສາ, ສະມາຄົມການຄ້າ ແລະວິສາຫະກິດຂອງອະດີດນັກສຶກສາຢູ່ທ້ອງຖິ່ນ, ເພື່ອຂະຫຍາຍຊ່ອງທາງຮັບສະໝັກນັກສຶກສາຢູ່ຕ່າງປະເທດ ແລະຊັບພະຍາກອນການຮ່ວມມືດ້ານການສຶກສາສາກົນ, ສົ່ງເສີມການສ້າງຕັ້ງອົງການອະດີດນັກສຶກສາຢູ່ຕ່າງປະເທດ ແລະເວທີການຝຶກງານພາກປະຕິບັດຕົວຈິງ. ຍິ່ງໄປກວ່ານັ້ນ ແມ່ນຈະເສີມຂະຫຍາຍການສິດສອນຂອງມະຫາວິທະຍາໄລທີ່ຫັນໜ້າໄປສູ່ອາຊຽນ ແລະ ທ່າແຮງດ້ານຊັບພະຍາກອນຂອງອະດີດນັກສຶກສາທັງພາຍໃນ ແລະຕ່າງປະເທດ, ຮັບໃຊ້ການກໍ່ສ້າງບຸກຄະລາກອນສາກົນ ແລະການພັດທະນາທີ່ມີຄຸນນະພາບສູງ.