ໜັງສືພິມຂ່າວຈີນ | ໃຊ້ພາສາເປັນຂົວຕໍ່ ຂະຫຍາຍການຮ່ວມມືດ້ານການສຶກສາຂ້າມຊາຍແດນ

Time: 2026-09-04 Source: GUFL

          ຄຽງຄູ່ກັນກັບງານເອັກສະໂປວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຢູ່ນະຄອນໜານໜິງຢູ່ຖາວອນ, ມະຫາວິທະຍາໄລຕ່າງປະເທດກວາງຊີ ໄດ້ຍຶດໝັ້ນທິດທາງການສິດສອນ "ຮັບໃຊ້ເຂດຊາຍແດນ, ເຊື່ອມຕໍ່ກັບອາຊຽນ" ເປັນເວລາຫຼາຍກວ່າ 20 ປີ, ຍຶດຖືຄຳຂວັນປະຈຳມະຫາວິທະຍາໄລທີ່ວ່າ "ວິຍານຊາວຈີນ ນໍ້າໃຈສາກົນ". ໂດຍປະຕິບັດຕາມແຜນຍຸດທະສາດການຮ່ວມສ້າງໜຶ່ງແລວໜຶ່ງເສັ້ນທາງ ແລະ ການສ້າງຄູ່ຮ່ວມຊະຕາກໍາຈີນ-ອາຊຽນ, ມະຫາວິທະຍາໄລໄດ້ກ້າວໄປຕາມເສັ້ນທາງການສິດສອນສາກົນ ທີ່ມີພາສາເປັນພື້ນຖານ, ປະສົມປະສານການສິດສອນກັບການຜະລິດ ແລະ ເປີດກວ້າງຕໍ່ກັນ. ມະຫາວິທະຍາໄລສ້າງຄວາມເຂັ້ມແຂງໃນພາສາອາຊຽນເປັນທ່າແຮງຄືເກົ່າ, ວາງແຜນລ່ວງໜ້າກ່ຽວກັບ ປັນຍາປະດິດ ແລະສາຂາວິຊາສົ່ງເສີມສຸຂະພາບ, ຂະຫຍາຍເຄືອຂ່າຍການຮ່ວມມືການສຶກສາຂ້າມຊາຍແດນ, ສ້າງຕັ້ງເວທີການສິດສອນພາກປະຕິບັດຕົວຈິງຢູ່ຕ່າງປະເທດ, ສືບຕໍ່ກໍ່ສ້າງບຸກຄະລາກອນສາກົນປະເພດປະສົມທີ່ "ຮູ້ວິຊາສະເພາະ, ເຂົ້າໃຈປະເທດຄູ່ຮ່ວມ, ຊຳນານພາສາ,ຖະໜັດເຕັກໂນໂລຊີດິຈິຕອນ" ເພື່ອສົ່ງເສີມໃຫ້ການຄ້າເຊື່ອມໂຍມເຂົ້າກັນ ແລະ ການຖອດຖອນຄວາມສີວິໄລລະຫວ່າງຈີນ ແລະອາຊຽນຢ່າງເຂົ້າສູ່ລວງເລິກ.

一审:覃海伦 二审:黄琦蔚 三审:蒋成军