
ໃນວັນທີ 6 ຕຸລາ, ທ່ານນາງ ເຫວີຍຊ້ຽນ ປະທານສະພາມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ນຳຄະນະໄປນະຄອນອາສະຕານາ ເພື່ອພົບປະກັບທ່ານ ນູຣເບັກ ລັດຖະມົນຕີກະຊວງວິທະຍາສາດ ແລະການສຶກສາຊັ້ນສູງຂອງກາຊັກສະຖານ. ທັງສອງຝ່າຍໄດ້ປຶກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບການແລກປ່ຽນການສຶກສາຊັ້ນສູງຈີນ-ກາຊັກສະຖານ, ການອົບຮົມກໍ່ສ້າງນັກສຶກສາຕ່າງປະເທດ, ການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະການຂະຫຍາຍວິທະຍາເຂດຢູ່ຕ່າງປະເທດ. ຝ່າຍກາຊັກສະຖານກ່າວວ່າ ຈະສະໜັບສະໜູນຢ່າງເຕັມທີ່ຕໍ່ການຮ່ວມມືດ້ານການສຶກສາສາກົນຂອງມະຫາວິທະຍາໄລຢູ່ໃນກາຊັກສະຖານ, ຊ່ວຍເຊື່ອມຕໍ່ຊັບພະຍາກອນການສຶກສາ ແລະຄູ່ຮ່ວມມືໃນທ້ອງຖິ່ນ. ມະຫາວິທະຍາໄລກ່າວວ່າ ມີຄວາມປະສົງໃຫ້ກາຊັກສະຖານເປັນຄູ່ຮ່ວມມືຍຸດທະສາດຫຼັກ, ເສີມຂະຫຍາຍການຢ້ຽມຢາມແລກປ່ຽນຂອງຄູອາຈານ ແລະນັກສຶກສາ, ການສຶກສາຮ່ວມກັນ ແລະວຽກງານຮ່ວມມືອື່ນໆ. ການພົບປະຄັ້ງນີ້ ເປັນມາດຕະການສຳຄັນຂອງມະຫາວິທະຍາໄລໃນການຕອບສະໜອງແຜນງານການສຶກສາຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະຂະຫຍາຍການຮ່ວມມືດ້ານການສຶກສາໃນເຂດອາຊີກາງ.