ຮັບໃຊ້ການກໍ່ສ້າງຄູ່ຮ່ວມຊະຕາກຳຮ່ວມກັນຈີນ-ໄທ | ມະຫາວິທະຍາໄລພາສາຕ່າງປະເທດກວາງຊີເສີມສ້າງການຮ່ວມມືດ້ານການສຶກສາກັບມະຫາວິທະຍາໄລສະຫຍາມຂອງໄທເຂົ້າສູ່ລ່ວງເລິກ

Time: 2026-10-25 Source: GUFL

         ໃນວັນທີ 22 ກັນຍາ, ທ່ານ ມາຣູກີ ລິນວາລິນພະວັດທະນາ ຮອງອະທິການບໍດີມະຫາວິທະຍາໄລສະຫຍາມ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ທັງສອງຝ່າຍໄດ້ປຶກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບການເສີມສ້າງການຮ່ວມມືລະຫວ່າງສອງມະຫາວິທະຍາໄລ, ສົ່ງເສີມການແລກປ່ຽນຄູອາຈານ ແລະນັກສຶກສາ, ຮ່ວມກັນສ້າງໂຄງການຮ່ວມກັນ ແລະອື່ນໆ, ບັນລຸຄວາມເຫັນດີເປັນເອກະພາບກັນຫຼາຍປະການ. ການຢ້ຽມຢາມຄັ້ງນີ້ ເປັນການຢ້ຽມຢາມຕອບແທນຕົວຈິງ ພາຍຫຼັງທ່ານດຣ. ຈູ່ກຸ້ຍຫຼິງ ປະທານສະພາຜູ້ກໍ່ຕັ້ງມະຫາວິທະຍາໄລ ໄດ້ນຳຄະນະໄປຢ້ຽມຢາມໄທ ແລະເຊັນບົດບັນທຶກຄວາມເຂົ້າໃຈໃນເດືອນກໍລະກົດປີນີ້, ເປັນການກະທຳຕົວຈິງຂອງມະຫາວິທະຍາໄລໃນການຮັບໃຊ້ການກໍ່ສ້າງຄູ່ຮ່ວມຊະຕາກຳຮ່ວມກັນຈີນ-ໄທ ແລະເສີມສ້າງການຮ່ວມມືດ້ານການສຶກສາຈີນ-ອາຊີຕາເວັນອອກສຽງໃຕ້ເຂົ້າສູ່ລ່ວງເລິກ.

一审:覃海伦 二审:黄琦蔚 三审:蒋成军