ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຮັບຜົນງານທີ່ດີໃນການແຂ່ງຂັນຄວາມສາມາດພາສາຕ່າງປະເທດຂອງນັກສຶກສາມະຫາວິທະຍາໄລທົ່ວປະເທດ (ການແຂ່ງຂັນລະດັບຊາດ) ພາຍໃຕ້ຫົວຂໍ້ “ເຂົ້າໃຈຈີນສະໄໝປັດຈຸບັນ”

Time: 2024-01-05 Source: GUFL

    ໃນບໍ່ດົນມານີ້ ການແຂ່ງຂັນຄວາມສາມາດພາສາຕ່າງປະເທດຂອງນັກສຶກສາມະຫາວິທະຍາໄລທົ່ວປະເທດຈີນ (ພາສາອັງກິດ) “ສຳນັກງານຄົ້ນຄວ້າພາສາຕ່າງປະເທດ - ເຂົ້າໃຈຈີນສະໄໝໃໝ່” ໃນຂະແໜງການແຕ່ງຂໍ້ຄວາມ ການອ່ານ ການແປຂໍ້ຄວາມ ການກ່າວປາຖະກະຖາ ແລະການແປປາກເປົ່າ ຂອງຂັ້ນຕອນທຳອິດ ສິ້ນສຸດລົງຢ່າງຈົບງາມ ໂດຍມີນັກສຶກສາຫຼາຍກວ່າ 2,000 ຄົນຈາກທົ່ວປະເທດເຂົ້າຮ່ວມການແຂ່ງຂັນ. ທ່ານ ລີ ປີລິນ ນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຮັບລາງວັນຫຼຽນເງິນໃນຂະແໜງການອ່ານ ແລະ ທ່ານ ສືຮົ້ວຢຸຍ ໄດ້ຮັບລາງວັນຫຼຽນທອງໃນຂະແໜງດຽວກັນ. ທ້າວເຮີຮຸ້ນຊິງ, ນາງຮູ້ຊຸນລຽນ ແລະ ທ້າວລິວມ້ານ ໄດ້ຮັບລາງວັນຫຼຽນທອງໃນຂະແໜງການແຕ່ງຂໍ້ຄວາມ. ໃນຈຳນວນລາງວັນຂອງກວາງຊີໃນຂະແໜງການອ່ານ ທີ່ໄດ້ຮັບທັງ1ຫຼຽນຄຳ ແລະ 1 ຫຼຽນເງິນນັ້ນ ມີພຽງມະຫາວິທະຍາໄລພາສາຕ່າງປະເທດກວາງຊີທີ່ຄວ້າໄດ້! ລາງວັນຫຼຽນຄຳດັ່ງກ່າວ ໄດ້ຮັບໂດຍນັກສຶກສາເກົ່າດີເດັ່ນ ຂອງມະຫາວິທະຍາໄລເຮົາ ຄື: ທ້າວວັງເຜີງຊຽງ. 

一审:覃海伦 二审:黄琦蔚 三审:梁淑辉