ໃນວັນທີ 21-27 ມິຖຸນາ 2023 ທີ່ຜ່ານມາ ການປະຊຸມສະໄໝທີ 16 ຂອງສະພາຜູ້ປະກອບການຈີນທົ່ວໂລກ ໄດ້ຖືກຈັດຂຶ້ນທີ່ນະຄອນບາງກອກປະເທດໄທ. ໃນໂອກາດນີ້ ທ່ານ ເຢ້ຈຸ້ນເມົ້າ ຮອງປະທານສະພາອຸດສາຫະກໍາ ແລະການຄ້າເຂດປົກຄອງຕົນເອງກວາງຊີ ໄດ້ນຳຄະນະເຂົ້າຮ່ວມການປະຊຸມ ແລະໄດ້ພົບປະກັບຕົວແທນສະມາຊິກສະພານັກສຶກສາເກົ່າ ຂອງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ປະຈຳປະເທດໄທ ຢ່າງອົບອຸ່ນ ແລະໄດ້ໃຫ້ຄຳແນະນຳຢ່າງໃກ້ຊິດ ເພື່ອສົ່ງເສີມການພັດທະນາງານສ້າງຄວາມສາມັຄຄີຂອງສະພານັກສຶກສາເກົ່າປະຈຳປະເທດໄທ.