
ຫວ່າງມໍ່ໆມານີ້ ມີຂ່າວດີຈາກນະຄອນເຈິ້ງໂຈ່ ແຂວງເຫີນານວ່າ: ໃນການແຂ່ງຂັນຮອບສຸດຍອດຂອງການແຂ່ງຂັນນະວັດຕະກຳແຫ່ງຊາດຂອງນັກສຶກສາສາກົນຈີນ (2025) ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລເຈິ້ງໂຈ່ໃນເດືອນຕຸລາ 2025, ທີມງານ Tianliang Zhizao ຈາກມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຄວ້າເອົາຮາງວັນຫຼຽນເງິນລະດັບຊາດ ໃນຈຸນະວັດຕະກໍາສາຍຫຼັກສຳລັບນັກສຶກສາປະລິນຍາຕີ ດ້ວຍໂຄງການ "ການປ້ອງກັນສະບຽງອາຫານດ້ວຍເມກໝອກ- ຜູ້ນໍາລະບົບການຄວບຄຸມສີຂຽວເພື່ອຫຼຸດສານພິດການກະເສດແບບ aerosol ພາຍໃນປະເທດ". ຜົນງານຄັ້ງນີ້ ເປັນການທຳລາຍສະຖິຕິຂອງມະຫາວິທະຍາໄລໃນການແຂ່ງຂັນລະດັບຊາດປະເພດນີ້ ສາມາດຖືເປັນຫຼັກໝາຍອັນສຳຄັນໃນປະຫວັດການແຂ່ງຂັນນະວັດຕະກຳແລະການປະກອບສ້າງທຸລະກິດ.