ຍົກໃບເຮືອອອກເດີນທາງອີກຄັ້ງ ເສີມສ້າງຄວາມຮ່ວມມືອາຊຽນ ເພື່ອກ້າວສູ່ການພັດທະນາຮອບໃໝ່

Time: 2026-01-20 Source: GUFL

        

            ໃນຕົ້ນປີໃໝ່ 2026 ນາງ ຈູ່ກຸ້ຍຫລິງ ປະທານກໍ່ຕັ້ງສະພານັກທຸລະກິດຍິງ ກວາງຊີ ແລະ ປະທານສະພາຜູ້ກໍ່ຕັ້ງມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ນຳຄະນະເດີນທາງໄປຢ້ຽມຢາມນະຄອນຫຼວງບາງກອກ ປະເທດໄທ ເພື່ອດຳເນີນກິດຈະກຳແລກປ່ຽນດ້ານເສດຖະກິດ ການຄ້າ ການສຶກສາ ແລະ ວັດທະນະທຳ ຫຼາຍລາຍການ.
ການເດີນທາງໃນຄັ້ງນີ້ ແນໃນ່ການສ້າງເວທີຄວາມຮ່ວມມືຂ້າມອຸດສາຫະກຳ ແລະ ຂ້າມຂະແໜງການ ເພື່ອຂະຫຍາຍແພຼດຟອມການພັດທະນາຕ່າງປະເທດ ພ້ອມທັງຊຸກຍູ້ຄວາມຮ່ວມມືດ້ານການສຶກສາ ແລະ ມະນຸດສຳພັນລະຫວ່າງຈີນ–ໄທ ໃຫ້ເລິກເຊິ່ງຍິ່ງຂຶ້ນ ເພື່ອເພີ່ມພະລັງໃໝ່ໃຫ້ແກ່ການປະສົມປະສານດ້ານເສດຖະກິດພາກພື້ນ ແລະ ການແລກປ່ຽນທາງວັດທະນະທຳ.

一审:覃海伦 二审:黄琦蔚 三审:蒋成军