
ໃນວັນທີ 10 ກັນຍາ, ພິທີເປີດພາກຮຽນຂອງນັກສຶກສາຕ່າງປະເທດຊັ້ນປີ 2026 ຂອງຄະນະການສຶກສາສາກົນ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ຈັດຂຶ້ນທີ່ສູນຝຶກອົບຮົມສັງລວມສຳລັບການແລກປ່ຽນພາສາ. ຊາວໜຸ່ມນັກສຶກສາຈາກປະເທດໄທ, ຫວຽດນາມ, ກຳປູເຈຍ, ລາວ, ມົງໂກນ, ລັດເຊຍ, ກາຊັກສະຖານ, ຈຽກຈິຈິດສະຖານ, ອານຈີເຣຍ, ອູສະເບກິດສະຖານ, ໂມໂລໂກ ແລະຕີໂມຕາເວັນອອກ ໄດ້ຂ້າມຜ່ານພູຜາ ແລະ ສາຍນ້ຳມາເຕົ້າໂຮມກັນທີ່ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ. ພວກເຂົາເຈົ້າຈະໄດ້ເລີ່ມຕົ້ນການເດີນທາງໃໝ່ມາສຶກສາຮໍ່າຮຽນຢູ່ຈີນ ແລະ ການແລກປ່ຽນວັດທະນະທຳເຊິ່ງກັນແລະກັນ ໂດຍຜ່ານພິທີເປີດພາກຮຽນທີ່ທັງເປັນພິທີສະແດງຄວາມຂອບໃຈ ແລະ ທັງເປັນພາລະກິດແຫ່ງຍຸກສະໄໝດັ່ງກ່າວນີ້.