ສືບສານສາຍເລືອດສີແດງກູສື່ ຮ່ວມກັນອົບຮົມກໍ່ສ້າງບຸກຄະລາກອນຮຸ່ນໃໝ່ຂອງຍຸກສະໄໝ —— ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ເດີນທາງໄປເມືອງຊິນເຊິງ ເພື່ອເຄື່ອນໄຫວກິດຈະກຳສຶກສາອົບຮົມສີແດງ ແລະ ການຮ່ວມມືກໍ່ສ້າງລະຫວ່າງໂຮງຮຽນກັບທ້ອງຖິ່ນ

Time: 2026-09-18 Source: GUFL

       ໃນວັນທີ 16 ກັນຍາ, ທ່ານນາງ ຈູ່ກຸ້ຍຫຼິງ ປະທານສະພາຜູ້ກໍ່ຕັ້ງມະຫາວິທະຍາໄລ ທັງເປັນຮອງເລຂາຄະນະພັກ, ທ່ານ ໂຈ່ວລຸ້ຍຊາວ ເລຂາຄະນະພັກ ມະຫາວິທະຍາໄລພາສາຕ່າງປະເທດກວາງຊີ ໄດ້ນຳພາຜູ້ຕາງໜ້າຄູອາຈານ ແລະນັກສຶກສາຂອງຄະນະລັດທິມາກ-ເລນິນ, ຮ່ວມກັບຜູ້ຕາງໜ້າສະມາຄົມນັກທຸລະກິດຍິງກວາງຊີ, ຜູ້ຕາງໜ້າລູກຫຼານຂອງບັນພະບຸລຸດລຸກຮືຂຶ້ນສູ່ປະຕິວັດທີ່ກູສື່ ແລະຄະນະເດີນທາງໄປເມືອງຊິນເຊິງ ເມືອງລາຍບິນ ເຄື່ອນໄຫວກິດຈະກຳປະຕິບັດສຶກສາອົບຮົມສີແດງ. ຄະນະດັ່ງກ່າວໄດ້ເຂົ້າຮ່ວມພິທີເປີດງານວາງສະແດງປະຫວັດສາດ “ໄຟສົງຄາມກູສື່ —— ສາຂາພັກກອມມູນິດຈີນເມືອງຊ້າງລິນ”, ພ້ອມກັບຈັດພິທີເຊັນສັນຍາຮ່ວມມືລະຫວ່າງໂຮງຮຽນກັບທ້ອງຖິ່ນ ແລະພິທີເປີດໃຊ້ສູນສຶກສາສີແດງ. ການເຄື່ອນໄຫວກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອລະນຶກເຖິງວັນຄົບຮອບ 79 ປີຂອງການລຸກຮືຂຶ້ນຕໍ່ສູ້ຢູ່ກູສື່, ລະນຶກເຖິງຜົນງານອັນຍິ່ງໃຫຍ່ຂອງບັນພະບຸລຸດປະຕິວັດ, ສົ່ງເສີມໃຫ້ພັນທຸກຳສີແດງເຂົ້າສູ່ຂະບວນການອົບຮົມກໍ່ສ້າງບຸກຄົນດ້ວຍຄຸນທາດ ແລະຄວາມຮູ້. ນີ້ແມ່ນບົດຮຽນແນວຄິດການເມືອງໃຫຍ່ທີ່ດຳເນີນຢູ່ດິນແດນເຂດປະຕິວັດ.

一审:覃海伦 二审:黄琦蔚 三审:蒋成军